ປະເທດໂອຕຣິດ - ວິກິພີເດຍ

ປະເທດໂອຕຣິດ

ພິກັດພູມສາດ: 47°20′N 13°20′E / 47.333°N 13.333°E / 47.333; 13.333

ໂອຕຣິດ ຫຼື ອັອສເຕຣຍ [lower-alpha 3] ມີຊື່ຢ່າງເປັນທາງການແມ່ນ ສາທາລະນະລັດໂອຕຣິດ[lower-alpha 4] ເປັນປະເທດທີ່ຕັ້ງຢູ່ທາງໃຕ້ຂອງເອີຣົບກາງ ໂດຍສະຫະພັນທະລັດທີ່ແບ່ງເຂດການປົກຄອງອອກເປັນ 9 ລັດ ໂດຍໜຶ່ງໃນເກົ້າລັດນັ້ນແມ່ນວຽນນາເຊິ່ງເຮັດໜ້າທີ່ເປັນເມືອງຫຼວງຂອງປະເທດ ໂອຕຣິດມີຊາຍແດນທາງທິດຕາເວັນຕົກສຽງເໜືອຕິດກັບເຢຍລະມັນ ທາງທິດເໜືອຕິດກັບເຊັກກີ ທາງທິດຕາເວັນອອກສຽງເໜືອຕິດກັບສະໂລວາກີ ທາງທິດຕາເວັນອອກຕິດກັບຮົງກາລີ ທາງທິດໃຕ້ຕິດກັບສະໂລເວນີ ແລະ ອິຕາລີ ແລະ ທາງທິດຕາເວັນຕົກຕິດກັບສະວິດ ແລະ ເລັກເຕນສະເຕນ ໂອຕຣິດມີເນື້ອທີ່ 83,879 ຕາລາງກິໂລແມັດ (32,386 ຕາລາງໄມລ໌) ເຊິ່ງເປັນພື້ນທີ່ທີ່ບໍ່ມີທາງອອກສູ່ທາງທະເລ ແລະ ມີປະຊາກອນ 9 ລ້ານຄົນ[11]

ສາທາລະນະລັດໂອຕຣິດ

Republik Österreich (ເຢຍລະມັນ)
ທຸງຊາດໂອຕຣິດ
ທຸງຊາດ
ເຄື່ອງໝາຍຊາດຂອງໂອຕຣິດ
ເຄື່ອງໝາຍຊາດ
ທີ່ຕັ້ງຂອງ ປະເທດໂອຕຣິດ  (ຂຽວເຂັ້ມ) – ໃນທະວີບເອີຣົບ  (ຂຽວ & ເທົາເຂັ້ມ) – ໃນສະຫະພາບເອີຣົບ  (ຂຽວ)  —  [ຄຳອະທິບາຍສັນຍະລັກ]
ທີ່ຕັ້ງຂອງ ປະເທດໂອຕຣິດ  (ຂຽວເຂັ້ມ)

– ໃນທະວີບເອີຣົບ  (ຂຽວ & ເທົາເຂັ້ມ)
– ໃນສະຫະພາບເອີຣົບ  (ຂຽວ)  —  [ຄຳອະທິບາຍສັນຍະລັກ]

ເມືອງຫຼວງ
ແລະ ເມືອງໃຫຍ່ທີ່ສຸດ
ວຽນນາ
48°12′N 16°21′E / 48.200°N 16.350°E / 48.200; 16.350
ພາສາທາງການເຢຍລະມັນ[lower-alpha 1][lower-alpha 2]
ພາສາທີ່ໄດ້ຮັບການຮັບຮອງ
ກຸ່ມຊົນເຜົ່າ
(2020)[3]
ສາສະໜາ
(2018)[4]
ເດມະນິມຊາວໂອຕຣິດ
ການປົກຄອງສະຫະພັນສາທາລະນະລັດລະບົບລັດຖະສະພາ
ອາເລັກຊັນເດີ ຟັນ ແດຣ໌ ເບັລເລິນ
ຄາຣ໌ລ ເນຮຳເມີ
ສະພານິຕິບັນຍັດລັດຖະສະພາ
ສະພາລັດຖະບານກາງ
ສະພາແຫ່ງຊາດ
ປະຫວັດການກໍ່ຕັ້ງ
1 ພະຈິກ ຄ.ສ 996
17 ກັນຍາ ຄ.ສ 1156
6 ມັງກອນ 1453
11 ສິງຫາ 1804
30 ມີນາ 1867
12 ພະຈິກ 1918
10 ກັນຍາ 1919
1 ພຶດສະພາ 1934
12 ມີນາ 1938
27 ເມສາ 1945
27 ກໍລະກົດ 1955
ພື້ນທີ່
• ລວມ
83,879 ຕາລາງກິໂລແມັດ (32,386 ຕາລາງໄມລ໌) (ອັນດັບທີ 113)
0.84 (ປີ 2015)[5]
ປະຊາກອນ
• ເມສາ 2022 ປະມານ
ເພີ່ມຂຶ້ນເປັນກາງ 9,027,999[6] (ອັນດັບທີ 98)
107.6 ຕໍ່ຕາລາງກິໂລແມັດ (278.7 ຕໍ່ຕາລາງໄມລ໌) (ອັນດັບທີ 106)
GDP (ອຳນາດຊື້)2022 (ປະມານ)
• ລວມ
582,130 ລ້ານໂດລາສະຫະລັດ[7] (ອັນດັບທີ 43)
64,750 ໂດລາສະຫະລັດ[7] (ອັນດັບທີ 14)
GDP (ລາຄາຕະຫຼາດ)2022 (ປະມານ)
• ລວມ
479,820 ລ້ານໂດລາສະຫະລັດ[7] (ອັນດັບທີ 33)
53,320 ໂດລາສະຫະລັດ[7] (ອັນດັບທີ 17)
ຈີນີ (2020)positive decrease 27.0[8]
ຕ່ຳ
HDI (2020)Increase 0.922[9]
ສູງຫຼາຍ · ອັນດັບທີ 18
ສະກຸນເງິນເອີໂຣ (€) (EUR)
ເຂດເວລາUTC+1 (ເວລາເອີຣົບກາງ)
• ລະດູຮ້ອນ (ເວລາອອມແສງ)
UTC+2 (ເວລາອອມແສງເອີຣົບກາງ)
ຂັບລົດດ້ານຂວາ
ລະຫັດໂທລະສັບ+43
ລະຫັດອິນເຕີເນັດ.at

ໂອຕຣິດເກີດຂຶ້ນມາຈາກພື້ນທີ່ສ່ວນທີ່ເຫຼືອຂອງແຄວ້ນຊາຍແດນຕາເວັນອອກ ແລະ ແຄວ້ນຊາຍແດນຮົງກາລີໃນຊ່ວງປາຍຄຣິດສະຫັດສະຫວັດທີ 1 ເດີມນັ້ນເປັນແຄວ້ນຊາຍແດນຂອງໄບເອີນ ເຊິ່ງໃນເວລາຕໍ່ມາໄດ້ພັດທະນາກາຍເປັນດັດຊີຂອງຈັກກະພັດໂຣແມັງອັນສັກສິດໃນ 1156 ແລະ ກາຍເປັນອາຣ໌ຊດັດຊີໃນ 1453 ໃນຊ່ວງຄຣິດສະຕະວັດທີ 16 ວຽນນາໄດ້ເຮັດໜ້າທີ່ເປັນເມືອງຫຼວງຝ່າຍບໍລິຫານຂອງຈັກກະພັດ ແລະ ໂອຕຣິດຈຶ່ງກາຍເປັນດິນແດນສູນກາງແຫ່ງລາຊະວົງຮາບບວກ ຫຼັງຈາກທີ່ຈັກກະພັດໂຣແມັງອັນສັກສິດຖືກຍຸບລົງໃນປີ 1806 ໂອຕຣິດໄດ້ສະຖາປະນາຈັກກະພັດເປັນຂອງຕົວເອງເຊິ່ງໄດ້ກາຍເປັນມະຫາອຳນາດ ແລະ ເປັນສະມາຊິກທີ່ມີບົດບາດສຳຄັນໃນສະມາພັນທະລັດເຢຍລະມັນ ຄວາມພ່າຍແພ້ຂອງຈັກກະພັດໂອຕຣິດໃນສົງຄວາມໂອຕຣິດ-ປຣັດເຊຍໃນປີ 1866 ນຳໄປສູ່ຈຸດສິ້ນສຸດຂອງສະມາພັນທະລັດ ແລະ ໄດ້ປູທາງໃຫ້ກັບການສະຖາປະນາຈັກກະວັດໂອຕຣິດ-ຮົງກາລີໃນປີຕໍ່ມາ

ໝາຍເຫດ ດັດແກ້

  1. ↑ ວັດຈະນານຸກົມໂອຕຣິດ ເຊິ່ງຖືເປັນວັດຈະນານຸກົມຢ່າງເປັນທາງການ ໄດ້ຮັບການຈັດພິມໂດຍຜ່ານການມອບໝາຍຂອງກະຊວງສຶກສາທິການໂອຕຣິດ
  2. ↑ ພາສາກຣົວຊີ ເຊັກ ຮົງກາລີ ຣູມານີ ສະໂລວາກີ ແລະ ສະໂວເວນີໄດ້ຮັບການຮັບຮອງຢ່າງເປັນທາງການໂດຍກົດບັດສຳລັບພາສາພາກພື້ນ ແລະ ພາສາກຸ່ມນ້ອຍໃນເອີຣົບ
  3. ↑ ອັງກິດ: Austria, ອອກສຽງ: /ˈɒstriÉ™/ ( Â àºŸàº±àº‡àºªàº½àº‡), /ˈɔːstriÉ™/;[10] ເຢຍລະມັນ: Österreich, ອອກສຽງ: [ˈøːstɐʁaɪç] ( Â àºŸàº±àº‡àºªàº½àº‡)
  4. ↑ ອັງກິດ: Republic of Austria; ເຢຍລະມັນ: Republik Österreich, ອອກສຽງ: [ʁepuˈbliːk ˈʔøːstɐʁaɪç] ( Â àºŸàº±àº‡àºªàº½àº‡)

ອ້າງອີງ ດັດແກ້

  1. ↑ "Die verschiedenen Amtssprachen in Österreich". DemokratieWEBstatt.at. Archived from the original on 24 ພຶດສະພາ 2018. Retrieved 23 ພຶດສະພາ 2018.
  2. ↑ "Regional Languages of Austria". Rechtsinformationssystem des Bundes. 2013. Archived from the original on 18 ຕຸລາ 2013. Retrieved 27 ກໍລະກົດ 2013.
  3. ↑ "Bevölkerung nach Migrationshintergrund". www.statistik.at (in ເຢຍລະມັນ). Archived from the original on 2015-11-14. Retrieved 2021-12-23.
  4. ↑ "Central Intelligence Agency". The World Factbook. Central Intelligence Agency. 7 February 2020. Retrieved 23 February 2020.
  5. ↑ "Surface water and surface water change". Organisation for Economic Co-operation and Development (OECD). Retrieved 2020-10-11.
  6. ↑ "Population by Year-/Quarter-beginning". 7 ພະຈິກ 2018. Archived from the original on 12 ມິຖຸນາ 2015. Retrieved 12 ມິຖຸນາ 2015.
  7. ↑ 7.0 7.1 7.2 7.3 "Austria". International Monetary Fund. 1 April 2018. Retrieved 23 July 2018.
  8. ↑ "Gini coefficient of equivalised disposable income – EU-SILC survey". ec.europa.eu. Eurostat. Retrieved 9 August 2021.
  9. ↑ Human Development Report 2020 The Next Frontier: Human Development and the Anthropocene (PDF). United Nations Development Programme. 15 December 2020. pp. 343–346. ISBN 978-92-1-126442-5. Retrieved 16 December 2020.
  10. ↑ Roach, Peter (2011), Cambridge English Pronouncing Dictionary (18th ed.), Cambridge: Cambridge University Press, ISBN 978-0-521-15253-2
  11. ↑ Cite error: Invalid tag; no text was provided for refs named :0

ແຫຼ່ງຂໍ້ມູນອື່ນ ດັດແກ້

ແມ່ແບບ:Wikisource portal

ລັດຖະບານ
ການຄ້າ
ການທ່ອງທ່ຽວ