ຢູທູບ - ວິກິພີເດຍ

ຢູທູບ ຕາມສຳນຽງອາເມຣິກາ ຫຼື ຢູທິບ ຕາມສຳນຽງອັງກິດ (ອັງກິດ: YouTube; ˈjuːˌtjuːb (ສຳນຽງອັງກິດ), /-tuːb (ສຳນຽງອາເມຣິກາ)[2]) ເປັນເວັບໄຊເຜີຍແຜ່ວິດີໂອໂດຍມີສຳນັກງານຢູ່ທີ່ຊານບຣູໂນ ແຄລິຟໍເນຍ, ສະຫະລັດອາເມຣິກາ ຜູ້ສ້າງເວັບໄຊດັ່ງກ່າວຄືອະດີດພະນັກງານ 3 ຄົນໃນບໍລິສັດເພພາລ ອັນປະກອບດ້ວຍແຊດ ເຮີລີ, ສະຕີບ ເຊນ ແລະ ຍາວິດ ຄາຣິມ ໂດຍສ້າງໃນເດືອນກຸມພາປີ 2005 ໃນເດືອນພະຈິກ 2006 ກູໂກລຊື້ຢູທູບຊື້ໄປໃນລາຄາ 1.65 ຕື້ໂດລາສະຫະລັດ[3] ຢູທູບເປັນໜຶ່ງໃນບໍລິສັດຍ່ອຍຂອງກູໂກລ[4] ເວັບໄຊຍັງສາມາດອະນຸຍາດໃຫ້ຜູ້ໃຊ້ງານສາມາດອັບໂຫຼດ, ເບິ່ງ ຫຼື ແບ່ງປັນວິດີໂອໄດ້

ຢູທູບ
ປະເພດVideo hosting service
ວັນທີກໍ່ຕັ້ງ14 ກຸມພາ 2005; 19 ປີກ່ອນ (2005-02-14)
ສຳນັກງານໃຫຍ່901 ເຊີຣີ ແອວວີນິວສ໌, ຊານບຣູໂນ, ແຄລິຟໍເນຍ, ສະຫະລັດອາເມຣິກາ
ພື້ນທີ່ໃຫ້ບໍລິການທົ່ວໂລກ (ຍົກເວັ້ນປະເທດທີ່ຖືກບລັອກ)
ຜູ້ກໍ່ຕັ້ງ
ຊີອີໂອຊູຊານ ເວີເຈັດກີ (CEO)
ອຸດສາຫະກໍາອິນເຕີເນັດ
Video hosting service
ເຈົ້າຂອງແອວຟາເບັດ
ບໍລິສັດແມ່ກູໂກລ (2006–ປັດຈຸບັນ)
ເວັບໄຊYouTube.com
(see list of localized domain names)
ອັນດັບອາເລັກຊາSteady 2 (Global, October 2017) [1]
ການໂຄສະນາກູໂກລ ແອດເຊນສ໌
ສະຖານະປັດຈຸບັນເປີດໃຫ້ບໍລິການ

ປະຫວັດ ດັດແກ້

ຍູທູບຖືກສ້າງຕັ້ງຂຶ້ນໂດຍພະນັກງານຂອງເພຍ໌ພາລເຊິ່ງເປັນເວັບໄຊທ໌ສໍາລັບການແບ່ງປັນວິດີໂອ ໂດຍທີ່ສະມາຊິກຂອງຍູທູບສາມາດອັບໂຫຼດ ແລະ ສຳຫຼວດວິດີໂອໄດ້[5] ໂດເມນເນມຂອງຍູທູບມີວ່າ "www.youtube.com" ເຊິ່ງເຜີຍແຜ່ມາຄັ້ງທຳອິດໃນ ວັນຈັນ ທີ 14 ກຸມພາ 2005 ເວລາ 9:13 ໂມງ[6]

ຍູທູບກໍ່ຕັ້ງໂດນແຊດ ເຮີລີ, ສະຕີບ ເຊນ ແລະຍາວິດ ຄາຣິມ ໂດຍທັງໝົດເປັນພະນັກງານຝຶກຫັດທີ່ບໍລິສັດເພຍ໌ພາລ ເພື່ອທີ່ຈະເຂົ້າເປັນບຸກຄະລາກອນຂອງບໍລິສັດເພຍ໌ພາລ[7]ໂດຍເຮີລີໄດ້ເຂົ້າມະຫາວິທະຍາໄລອິນເດຍດາຂອງເພນຊິນເວເນຍດ້ານການອອກ​ແບບ ເຊນ ແລະ ຄາຣິມໄດ້ສຶກສາຢູ່ທີ່ມະຫາວິທະຍາໄລ ອິລລີໂນຍ ຢູຣ໌ບານາ-ແຊມເປນ ດ້ານວິທະຍາສາດຄອມພິວເຕີ[8] ໂດຍສຳນັກງານແຫ່ງທຳອິດຂອງຍູທູບຢູ່ຂ້າງເທິງຮ້ານພິຊຊ່າ ແລະ ຮ້ານອາຫານຍີ່ປຸ່ນ ໃນ ຊານ ເມເທວ[9]

ໂດເມນເນມເປີດໃຊ້ງານຄັ້ງທຳອິດເມື່ອວັນທີ 14 ກຸມພາ 2005 ພ້ອມກັບການລວມວິດີໂອຄັ້ງທຳອິດເມື່ອວັນທີ 23 ເມສາ 2005 ເປັນການເລີ່ມຕົ້ນຄລິບວິດີໂອແຫ່ງທຳອິດໃນຍູທູບ ຊື່ວິດິໂອ: Me at the zoo ເມື່ອວັນທີ 23 ເມສາ 2005 ໂດຍມີຜູ້ຮ່ວມກໍ່ຕັ້ງເວັບໄຊຕ໌ ຍາວິດ ຄາຣິມ ຖ່າຍຢູ່ທີ່ສວນສັດ ຊານ​ ດີ​ເອໂກ[10][11]

ຂໍ້ມູນດ້ານວິຊາການ ດັດແກ້

ຮູບແບບວິດີໂອ ດັດແກ້

ຍູທູບຖືກນໍາໃຊ້ເພື່ອສະແດງຮູບພາບວິດີໂອໃນຮູບແບບຂອງ Adobe Flash ແລະ ໃຊ້ການຖອດລະຫັດແບບ Sorenson Spark H.263 ແຟຣັດຊ໌ເປັນໂປແກມທີ່ຕ້ອງຕິດຕັ້ງເພີ້ມສຳລັບເວັບບຣາວເຊີທົ່ວໄປ ໂດຍສະແດງຜົນທີ່ຂະໜາດຄວາມກວ້າງ ແລະ ສູງ 320 ແລະ 240 ພິກເຊວ ທີ່ 25 ເຟຣມຕໍ່ວິນາທີ ໂດຍມີການສົ່ງຂໍ້ມູນສູງສຸດທີ່ 300 ກິໂລບິດຕໍ່ວິນາທີ ເຊິ່ງການສະແດງຜົນສາມາດເບິ່ງໄດ້ທີ່ຂະໜາດປົກກະຕິ ຫຼື ຂະໜາດທີ່ສະແດງຜົນເຕັມໜ້າຈໍ

ຍູທູບປ່ຽນໄຟລ໌ວິດີໂອເປັນໄຟລ໌ໃນລັກສະນະແຟຣັດຊ໌ວິດີໂອ ໃນນາມສະກຸນ .FLV ພາຍຫຼັງຈາກຜູ້ໃຊ້ໄດ້ອັບໂຫຼດເຂົ້າໄປ ບໍ່ວ່າຜູ້ອັບໂຫຼດຈະໂຫຼດໃນລັກສະນະ .WMV .AVI .MOV .3GP MPEG ຫຼື .MP4[12]

ຮູບແບບສຽງ ດັດແກ້

ໄຟລ໌ຍູທູບເກັບໄວ້ໃນລັກສະນະສະຕຣີມໄຟລ໌MP3 ໂດຍມີການເຂົ້າລະຫັດແບບໂມໂນທີ່ 65 ກິໂລບິດ/ວິນາທີ ທີ່ 22050 ເຮຼີດຊ໌ ແນວໃດກໍ່ຕາມຍູທູບສາມາດເກັບຮັກສາໄຟລ໌ສຽງໃນລັກສະນະສະເຕີຣິໂອຖ້າວ່າມີການປ່ຽນແປງເປັນໄຟລ໌ FLV ກ່ອນທີ່ຈະອັບໂຫຼດ

ການສະແດງຜົນ ດັດແກ້

ວິ​ດີ​ໂອຍູທູບສາ​ມາດ​ເບິ່ງ​ໄດ້​ໂດຍ​ກົງ​ໂດຍ​ຜ່ານ​ເວັບ​ໄຊ​ທ​໌ຍູທູບໂດຍ​ຜ່ານ​ຊອບ​ແວແຟຣັດຊ໌ທີ່​ກ່າວ​ມາ​ ເບິ່ງໄດ້ຜ່ານຄອມພິວເຕີ, ສະມາດໂຟນ ຫຼືແທັບເລັດທີ່ມີການເຊື່ອມຕໍ່ອິນເຕີເນັດໄດ້ ເຊິ່ງນອກຈາກນີ້ຍູທູບສາມາດເບິ່ງໄດ້ຈາກເວັບໄຊທ໌ທົ່ວໄປທີ່ມີການນຳລະຫັດໄປໃສ່ການເຊື່ອມຕໍ່ກັບຄືນໄປບ່ອນເວັບໄຊທ໌ຍູທູບເອງ ເຫັນໄດ້ຕາມກະດານສົນທະນາ ບລັອກ ຫຼື ເວັບໄຊທ໌ຕ່າງໆ

ນອກຈາກນີ້ສາມາດບັນທຶກໄຟລ໌ຍູທູບເກັບໄວ້ໃນເຄື່ອງຂອງຕົນເອງໄດ້ໂດຍໃຊ້ງານຊອບແວຂອງບໍລິສັດອື່ນ ເຊັ່ນ Keepvid ຫຼື ຜ່ານສະຄລິບຈາກ Greasemonkey ໂດຍຈະມີໄຟບ໌ເປັນນາມສະກຸນ .flv

ໂດຍມີ​ຄວາມ​ລະ​ອຽດ​ທີ່​ແຕກ​ຕ່າງ​ກັນ​ໄປ ໂດຍມີຄວາມລະອຽດເລີ່ມຕົ້ນທີ່ 144P ຫາ 480P ແລະ ໃນຄວາມລະອຽດ HD ທີ່ 720P ຫາ 8K ທີ່ 4320P

ອ້າງອີງ ດັດແກ້

  1. ↑ "youtube.com Traffic Statistics". Alexa Internet. Amazon.com. July 9, 2017. Archived from the original on 2016-08-07. Retrieved October 3, 2017.
  2. ↑ "youtube". Cambridge Dictionary. Retrieved 16 ກັນຍາ 2011.
  3. ↑ Hopkins, Jim. "Surprise! There's a third YouTube co-founder", USA Today, October 11, 2006. ຮຽກຂໍ້ມູນວັນທີ November 29, 2008
  4. ↑ "Google buys YouTube for $1.65 billion". NBC News.
  5. ↑ Hopkins, Jim. "Surprise! There is a third YouTube co-founder", USA Today, August 21, 2003. ຮຽກຂໍ້ມູນວັນທີ November 29, 2008
  6. ↑ "YouTube.com WHOIS, DNS, & Domain Info - DomainTools". WHOIS. 2016. Retrieved January 23, 2016.
  7. ↑ Graham, Jefferson. "Video websites pop up, invite postings", USA Today, November 21, 2005. ຮຽກຂໍ້ມູນວັນທີ July 28, 2006
  8. ↑ Wooster, Patricia (2014). YouTube founders Steve Chen, Chad Hurley, and Jawed Karim. ISBN 1467724823. Retrieved 21 November 2016.
  9. ↑ Sara Kehaulani Goo. "Ready for Its Close-Up", Washington Post, October 7, 2006. ຮຽກຂໍ້ມູນວັນທີ November 29, 2008
  10. ↑ Alleyne, Richard. "YouTube: Overnight success has sparked a backlash", The Daily Telegraph, July 31, 2008. ຮຽກຂໍ້ມູນວັນທີ January 17, 2009
  11. ↑ Jawed Karim and Yakov Lapitsky (April 23, 2005). "Me at the Zoo" (Video). YouTube. Retrieved August 3, 2009.
  12. ↑ ຮູບແບບໄຟລ໌ທີ່ຍູທູບຮອງຮັບ
ບັນນານຸກົມ
  • "Google buys YouTube for $1.65 billion". NBC News.
  • Graham, Jefferson (November 21, 2005). "Video websites pop up, invite postings". USA Today. Retrieved July 28, 2006.
  • Hopkins, Jim (October 11, 2006). "Surprise! There's a third YouTube co-founder". USA Today. Retrieved November 29, 2008.
  • Lextrait, Vincent (July 2010). "YouTube runs on Python". Archived from the original on 2012-05-30. Retrieved 5 September 2010.
  • Weber, Tim (March 2, 2007). "BBC strikes Google-YouTube deal". BBC. Retrieved January 17, 2009.
  • "YouTube language versions". Retrieved January 15, 2012.
  • "Youtube.com Site Info". Alexa Internet. Retrieved 2013-08-21.

ອ່ານຕື່ມ ດັດແກ້

  • Kelsey, Todd (2010). Social Networking Spaces: From Facebook to Twitter and Everything In Between. Springer-Verlag. ISBN 978-1-4302-2596-6.
  • Lacy, Sarah (2008). The Stories of Facebook, YouTube and MySpace: The People, the Hype and the Deals Behind the Giants of Web 2.0. Richmond: Crimson. ISBN 978-1-85458-453-3.
  • "On YouTube, Amateur Is the New Pro". New York Times. 2012-06-28.

ແຫຼ່ງຂໍ້ມູນອື່ນ ດັດແກ້

ດຶງຂໍ້ມູນຈາກ "https://lo.wikipedia.org/w/index.php?title=ຢູທູບ&oldid=105238"